10 ຄວາມ​ແຕກ​ຕ່າງ​ຂອງ​ຄົນ​ລວຍ​ແລະ​ຄົນ​ຈົນ -Easy Book ອີຊີບຸກ

10 ຄວາມ​ແຕກ​ຕ່າງ​ຂອງ​ຄົນ​ລວຍ​ແລະ​ຄົນ​ຈົນ

ຄົນ​ທົ່ວ​ໄປ ເຮັດ​ວຽກ​ເພື່ອ​ເງິນ ແຕ່ຄົນ​ລວຍ​ໃຊ້​ເງິນ​ເຮັດ​ວຽກ

ຄົນ​ຈົນ​ເວ​ລາ​ພົບ​ສິ່ງ​ທີ່​ຕ້ອງ​ການ​ຈ​ະ​ບອກຕົວ​ເອງວ່າວ່າ ”ເຮົາ​ບໍ່​ມີ​ເງິນຊື້”

ຄົນ​ລວຍ​ເມື່ອ​ພົບ​ສິ່ງ​ທີ່​ຕ້ອງ​ການ​ຈະ​ຖາມ​ຕົວ​ເອງວ່າ ​”ເຮົ​າ​ຈະ​ຊື້ມັນ​ໄດ້​ແນວ​ໃດ !??”

ຄົນ​ຈົນ​ມັກ​ຄິດ​ວ່າ ”ເຮົາ​ເຮັດ​ບໍ່​ໄດ້” ແຕ່​ຄົນ​ລວຍ​ຈະ​ຄິດ​ວ່າ ”ເຮົາ​ຈ​ະ​ເຮັດ​ແນວໃດ !??”

ນີ້​ເປັນ​ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ຄວາມ​ແຕກ​ຕ່າງ ລະ​ຫວ່າງ​ຄົນ​ລວຍ​ແລະ​ຄົນ​ຈົນ

#ຕໍ່ໄປນີ້ຄືຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄົນ​ລວຍ​ແລະ​ຄົນ​ຈົນ 10 ຢ່າງ​ທີ່​ຈະ​ແຈ້ງ#

1.ຄວາມ​ຄິດ

ຄົນ​ລວຍ​ຈ​ະ​ຄິດ​ຍາວ ສ່ວນ​ຄົນ​ທົ່ວ​ໄປຄິດ​ສັ້ນ ຄົນ​ລວຍ​ມັກ​ຄິດ​ຍາວຫຼືດ​ຄິດ​ໄກ ອາດ​ໄປເປັນ​ປີຫຼື 10 ປີ ແລ້ວວາ​ງເປົ້າ​ໝາຍ​ແລະ​ແຜນເພື່ອ​ອະ​ນາ​ຄົດ ເພື່ອ​ຈ​ະ​ມີ​ອິດ​ສະຫຼະ​ທາງ​ດ້ານ​ການເງິນ ແຕ່​ຄົນ​ທົ່ວ​ໄປ​ຄິດ​ກັນ​ສັ້ນ​ໆ  ຄິດ​ພຽງ​ມື້​ນີ້ ມື້​ອື່ນ ເດືອນ​ນີ້​ເດືອນ​ໜ້າ ຄິດພຽງ​ເພື່ອ​ການຢູ່​ລອດ​ເປັນຫຼັກ

2. ການ​ປາກ​ເວົ້າ

ຄົນ​ລວຍມັກ​ເວົ້າ​ລົມ​ກັນ​ເລື່ອງ​ຄວາມ​ຄິດ​ແລະ​ໄອ​ເດຍ ສິ່ງ​ທີ່​ສ້າງສັນ ແຕ່​ຄົນ​ທົ່ວ​ໄປ​ມັກ​ເວົ້າເຖິງເລື່ອງ​ສິ່ງ​ຂອງ​ແລະ ​ເລື່ອງ​ຄົນ​ອື່ນ

3. ການຍອມ​ຮັບ

ຄົ​ນ​ລວຍຍອມ​ຮັບ​ການ​ປ່ຽນ​ແປງ​ແລະ​ຄວາມ​ຄິດແປກ​ໃໝ່ ຄົນ​ທົ່ວ​ໄປ​ມັກ​ຕໍ່​ຕ້ານ​ສິ່ງ​ໃໝ່ຯເພາະ​ຢ້ານ​ມັນ​ມາ​ຄຸກ​ຄາມ​ຕໍ່ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໃນ​ຂະ​ໜະ​ທີ່ຄົນ​ລວຍ​ເຊື່ອ​ວ່າ​ສິ່ງ​ໃໝ່​ມັກ​ຈ​ະ​ນຳ​ໂອ​ກາດ​ແລະ​ສິ່ງ​ທີ່​ດີກວ່າມານຳ​ສະ​ເໝີ

4. ຄວາມ​ກ້າ
ຄົນ​ລວຍ​ກ້າ​ທີ່​ຈະ​ສ່ຽງ​ກັບ​ສິ່ງ​ທີ່ໄດ້​ພິ​ຈ​າ​ລະ​ນາ​ແລະ​ສຶກ​ສາ​ມາ​ດີ​ແລ້ວ ແຕ່ຄົນ​ທົ່ວ​ໄປ​ບໍ່​ກ້າ​ທີ່​ຈະສ່ຽງ​ກັບ​ສິ່ງ​ຕ່າງ ທັ້ງ​ທີ່​ສິ່ງ​ເຫຼົ່າ​ນັ້ນ​ອາດ​ນຳໄປ​ສູ່​ລ່ຳ​ລວຍຫຼື​ຄວາມ​ມັ່ງ​ມີ​ໄດ້

5. ກາ​ນ​ຮຽນຮູ້

ຄົນ​ຮວຍ​ຈະ​ສຶກ​ສາ​ຫາ​ຄວາມ​ຮູ້​ໃໝ່​ໆຢູ່​ສະ​ເໝີ ແຕ່​ໃນ​ຂະ​ໜະ​ທີ່​ຄົນ​ທົ່ວ​ໄປ​ຈະ​ຄິດ​ວ່າ ການຮຽນ​​ຮູ້ຈົບ​ທີ່​ໂຮງ​ຮຽນ
ການ​ຮຽນ​ຮູ້​ຢູ່​ຕະຫຼອດ​ແລະ​ມັກ​ທີ່​ຈ​ະ​ຮຽນ​ຮູ້​ເຮັດ​ໃຫ້​ຄົນ​ລວຍ​ມີ​ຄວາມ​ຄິດ​ແລະ​ມູມມອງ​ທີກວ້າງ​ຂື້ນ ເພາະ​ໃນ​ໂຮງ​ຮຽນ​ມີສອນ​ແຕ່​ວິ​ຊາ​ການ​ເທົ່າ​ນັ້ນ ​ແຕ່ບໍ່​ໄດ້​ສອນ​ເລື່ອງ​ຂອງ​ຊີ​ວິດ ບໍ່ໄດ້​ສອນ​ເລື່ອງ​ຂອງ​ການ​ເງິນ ທີ່​ອາດ​ນຳ​ໄປ​ສູ່​ຄວາມ​ມັ່ງ​ມີ

6. ລາຍ​ໄດ້

ຄົນ​ລວຍ​ມີ​ລາຍ​ໄດ້ຫຼາຍ​ທາງ ແຕ່​ຄົນ​ທົ່ວ​ໄປ​ມີ​ລາຍ​ໄດ້​ພ​ຽງ​ທາງ​ດຽວຫຼື ສອງ​ທາງ​ເທົ່າ​ນັ້ນຄືເງິນ​ເດືອນ​ເປັນຫຼັກ

7. ວຽກ​ງານ

ຄົນ​ຮວຍ​ມັກ​ຊອກຫາ​ວຽກ​ງານທີ່​ມາດ​ສ້າງ​ກຳ​ໄລ​ໃຫ້​ເຂົ້າ​ເຈົ້າ​ໄດ້ໃນ​ຈຳນວນຫຼວງຫຼາຍເພີ່ມຂື້ນ​ເລື່ອຍໆ ສ່ວນ​ຄົນ​ທົ່ວ​ໄປ​ຊອກ​ຫາ​ວຽກ​​ງານເພື່ອ​ທີ່​ຈ​ະ​ໄດ້​ຄ່າ​ຈ້າງ ແລະ ​ລາຍ​ໄດ້​ທີ່ໝັ້ນ​ຄົງ

8. ການ​ເພີ່ມ

ຄົນ​ລວຍ​ຈະເນັ້ນ​ເພີ່ມ​ພູນ​ຄວາມ​ມັ່ງ​ມີ​ຂອງ​ຕົນ​ເອງ ຄົນ​ທົ່ວ​ໄປເນັ້ນ​ການ​ເພີ່ມ​ເງິນ​ເດືອນ ຄົນ​ລວຍ​ໃຊ້​ເງິນ​ເພື່ອ​ໃຫ້​ເຮັດ​ວຽກ​ແທນ​ຕົວ​ເອງ ແຕ່​ຄົນ​ທົ່ວ​ໄປ​ໃຊ້​ແຮງ​ເພື່ອ​ແລກ​ກັບ​ເງິນ

9. ແງ່​ຄິດ

ຄົນ​ລວຍ​ຈ​ະ​ຄິດ​ແຕ່​ໃນ​ແງ່​ດີໆ ທີ່​ສ້າງ​ກຳ​ລັງ​ໃຈ ແລະ​ຕັ້ງ​ຄຳ​ຖາມ​ກັບ​ຕົວ​ເອງ​ເພື່ອ​ຫາ​ທາງອອກ,ເພື່ອ​ຫາ​ທາງ​ໄປ​ສູ່​ຄວາມ​ສຳ​ເລັດ ຄົນ​ທົ່ວ​ໄປ​ມັກ​ຄິດ​ໃນ​ແງ່​ລົບ ມັກ​ຄິດ​ຂົ່ມ​ຕົວ​ເອງ ມັກຄິດ​ວ່າ​ຕົ​ນເອງ​ເຮັດ​ບໍ່​ໄດ້ ​ແລະ ບັ່ນ​ທອນ​ຄວາມໝັ້ນ​ໃຈ​ໃນ​ຕົວ​ເອງ

10. ​ການ​ໃຊ້​ຈ່າຍ

ຄົນ​ລວຍ​ຊື້ ສິນ​ຊັບ ​ໃນ​ຂະ​ໜະ​ທີ່ ຄົ​ນ​ທົ່ວ​ໄປ ໜີ້​ສິນ ສິນ​ຊັບ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ ເພີ່ມ​ມູນ​ຄ່າ ເຊັ່ນ : ດິນ,ຫຸ້ນ,ອາ​ຄານ​…. ທີ​ສາ​ມາດ​ສ້າງ​ເພີ່ມ​ມູນຄ່າໃນ​ອະ​ນາ​ຄົດໜີ້​ສິນ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ​ມູນ​ຄ່າ​ລົດ​ລົງ ແລະ ລົດ​ລົງ​ເລື້ອຍ​ໆ ເຊັ່ນ: ລົດ ໂທ​ລະ​ສັບ ….ເຊິ່ງສິ່ງ​ຂອງ​ເຫຼົ່າ​ນີ້ສາ​ມາດ​ເອີ້ນ​ອີກ​ຊື່​ວ່າ ເຄືຶ່ອງ​ລະ​ລາຍ​ຊັບ.ຍົກ​ຕົວ​ຢ່າງ: ທ່ານ ຊື້ມື​ຖື​ໜຶ່ງ​ເຄືຶ່ອງພຽງ​ແຕ່​ທ່ານ​ຊື້​ປັບຈາກ​ຮ້ານ ລາ​ຄາ​ຂອງມັນ​ກໍ່​ລົດ​ລົງ​ທັນ​ທີ ແລະ​ ຈ​ະ​ຍິ່ງ​ລົດ​ລົງ​ເລື້ອຍໆ.

Cr:https://chakdekhao.com
ອ້າງອີງໂດຍຫນັງສື ພໍ່ລວຍສອນລູກ














ສັ່ງຊື້ໄດ້ ກັບທາງ Easy Book ອີຊີບຸກ ບໍລິການດ້ວຍໃຈ ງ່າຍ-ວ່ອງໄວ-ປະທັບໃຈ
ສົ່ງຟຣີເຖິງທີ່ໃນເຂດຕົວເມືອງນະຄອນຫຼວງ ແລະ ບໍລິການຈັດສົ່ງທົ່ວປະເທດ

ສາມາດຕິດຕໍ່ສັ່ງຊື້ແລະ ຕິດຕາມໄດ້ທີ່:
Facebook: Easy Book ອີຊີບຸກ
EB-Laos.blogspot.com
 ເບີໂທ: 020 766 41 007, 030 917 61 08
----------------------
ສົນໃຈເລືອກສັ່ງຊຶ້ປຶ້ມໄດ້ທີ່ເວັບ:
https://m.se-ed.com/Product/BestSeller/1
ປຶ້ມຂາຍດີຕິດອັນດັບ ປຶ້ມຄຸນນະພາບ ສັ່ງໄດ້ກັບພວກເຮົາ

ความคิดเห็น

โพสต์ยอดนิยมจากบล็อกนี้

ແຈກຟຣີ ປຶ້ມຄິດບວກ ຊີວິດບວກ ຈຳນວນ 3 ເຫຼັ້ມ