ຄຳເວົ້າສ້າງແຮງບັນດານໃຈຈາກ “ແຈ໊ກ ຫມ່າ” ຄົນທີ່ເອົາໃຈຍາກທີ່ສຸດຄືຄົນຈົນ ເພາະຫຍັງ?-Easy Book ອີຊີບຸກ
ຄຳເວົ້າສ້າງແຮງບັນດານໃຈຈາກ
“ແຈ໊ກ ຫມ່າ”
ຄົນທີ່ເອົາໃຈຍາກທີ່ສຸດຄືຄົນຈົນ ເພາະຫຍັງ?
ແຈ໊ກ ຫມ່າ
ມະຫາເສດຖີອັນດັບ 1 ຂອງປະເທດຈີນ ແລະ ເປັນຜູ້ກໍ່ຕັ້ງບໍລິສັດອາລີບາບາ
ລາວເປັນຄົນມີວິໄສທັດໃນການເບິ່ງອະນາຄົດທີ່ແຕກຕ່າງຈາກຄົນອື່ນ ແລະ
ລາວເອງກໍເຄີຍເລີ່ມຕົ້ນຈາກຄວາມຈົນມາກ່ອນເຊັ່ນກັນ
ແຈ໊ກ ຫມ່າ
ໄດ້ເດີນທາງໄປທົ່ວມຸມໂລກ ລາວໄດ້ກ່າວຄໍາເວົ້າໜຶ່ງໄວ້ວ່າ “ຄົນທີ່ເອົາໃຈຍາກທີ່ສຸດຄືຄົນຈົນ” ປະໂຫຍກນີ້ເຮັດໃຫ້ຫຼາຍໆຄົນຕິດອົກຕິດໃຈເພາະຫຍັງ ? ໂດຍລາວໄດ້ສະຫຼຸບເຫດຜົນທີ່ລາວເວົ້າໄວ້ດັ່ງນີ້
ຄົນທີ່ເອົາໃຈຍາກທີ່ສຸດຄືຄົນຈົນ
ຖ້າເຮົາໃຫ້ສິ່ງໃດເຂົາຟຣີໆ
ເຂົາຈະຄິດວ່່າ ນີ້ເປັນກັບດັກ
ຖ້າເຮົາບອກເຂົາໃຫ້ລົງທຶນນ້ອຍໆ
ຕີລະ ເຂົາຈະບອກວ່າ ກໍາຈະໄລໜ້ອຍ
ຄັນຊັ້ນກໍບອກໃຫ້ເຂົາລົງທຶນຫຼາຍໆ
ຕີລະ ເຂົາຈະບອກວ່າ ບໍ່ມີເງິນ
ບອກໃຫ້ເຂົາລອງສິ່ງໃໝ່ໆ
ເຂົາຈະບອກວ່າ ບໍ່ມີປະສົບການ
ບອກໃຫ້ເຂົາເຮັດທຸລະກິດດັ່ງເດີມ
ເຂົາຈະບອອກວ່າ ມັນຍາກຫຼາຍ
ບອກໃຫ້ເຂົາເຮັດທຸລະກິດສະໄໝໃໝ່
ເຂົາຈະບອກວ່າ ມັນຄືທຸລະກິດຂາຍຕົງ
ບອກໃຫ້ເຂົາເປີດຮ້ານຂາຍຂອງ
ເຂົາຈະບອກວ່າ ມັນບໍ່ມີອິດສະລະ
ບອກໃຫ້ເຂົາເລີ່ມທຸລະກິດໃໝ່
ເຂົາຈະບອກວ່າ ບໍ່ສຳນານ
ຄົນພວກນີ້ມີຫຼາຍຢ່າງທີ່ຄືກັນ
ຄືມັກຖາມກູກເກີ້ ແລະ ມັກເວົ້າກັບພວກທີ່ລົ້ມເຫຼວຄືຕົວເອງ
ຄິດຫຼາຍກວ່າສາສະດາຈານໃນມະຫາວິທະຍາໄລ ແຕ່ລົງມືທຳເລັກໆນ້ອຍໆກວ່າຄົນຕາບອດເສຍອີກ
ລອງຖາມພວກເຂົາເບິ່ງວ່າ
ເຈົ້າເຮັດສິ່ງໃດໄດ້ແດ່ ເຂົາຈະຕອບວ່າ ບໍ່ໄດ້
ຖ້າເຈົ້າຖາມຂ້ອຍເຖິງບົດສະຫຼຸບ
ຫຼື ແທນທີ່ຈະໃຫ້ຫົວໃຈເຕັ້ນໄວໆ ຫັດເຮັດສິ່ງໃດທີ່ມັນໄວກວ່າແທນທີ່ຈະມາຕັ້ງຄໍາຖາມ
ເຮັດມັນເລີຍດີກວ່າບໍ່
ຄົນທີ່ລົ້ມເຫຼວມັກມີພຶດຕິກໍາຄືກັນຢູ່ຢ່າງໜຶ່ງຄື
“ຊີວິດທັງຊີວິດມີແຕ່ຄໍາວ່າ
ເບິ່ງກ່ອນ”
ຄໍາເວົ້າຂອງ ແຈ໊ກ
ຫມ່າ
ເບິ່ງຄືຈັ່ງວ່າມັນຄືຊີວິດຈິງໃນສັງຄົມປັດຈຸບັນ ທຸກຄົນຢາກລວຍ ແຕ່ບໍ່ຢາກລົງທຶນ
ຊຶ່ງກໍມີໃຫ້ເຮົາເຫັນໄດ້ຢູ່ທຸກທີ່ ພຽງແຕ່ເຮົາບໍ່ໄດ້ວິເຄາະອອກມາໄດ້ແບບ ແຈ໊ກ ຫມ່າ ນັ້ນເອງ.
ຜົນງານໜັງສືກ່ຽວກັບແຈ໊ກ ຫມ່າ
ສັ່ງຈອງຊື້ໄດ້ ກັບທາງ Easy Book ອີຊີບຸກ ງ່າຍ-ວ່ອງໄວ-ປະທັບໃຈ
ສົ່ງຟຣີເຖິງທີ່ໃນເຂດນະຄອນຫຼວງ (ບ່ອນທີ່ກໍານົດໄວ້) ແລະ ບໍລິການຈັດສົ່ງທົ່ວປະເທດ
ສາມາດຕິດຕໍ່ສັ່ງຊື້ແລະ ຕິດຕາມໄດ້ທີ່:
Facebook: Easy Book ອີຊີບຸກ
EB-Laos.blogspot.com
ເບີໂທ: 020 766 41 007, 030 917 61 08
ສົນໃຈເລືອກສັ່ງຊຶ້ປຶ້ມໄດ້ທີ່ເວັບ:










ความคิดเห็น
แสดงความคิดเห็น