10 ຄວາມແຕກຕ່າງຂອງຄົນລວຍແລະຄົນຈົນ -Easy Book ອີຊີບຸກ
10 ຄວາມແຕກຕ່າງຂອງຄົນລວຍແລະຄົນຈົນ ຄົນທົ່ວໄປ ເຮັດວຽກເພື່ອເງິນ ແຕ່ຄົນລວຍໃຊ້ເງິນເຮັດວຽກ ຄົນຈົນເວລາພົບສິ່ງທີ່ຕ້ອງການຈະບອກຕົວເອງວ່າວ່າ ” ເຮົາບໍ່ມີເງິນຊື້ ” ຄົນລວຍເມື່ອພົບສິ່ງທີ່ຕ້ອງການຈະຖາມຕົວເອງວ່າ ” ເຮົາຈະຊື້ມັນໄດ້ແນວໃດ ! ??” ຄົນຈົນມັກຄິດວ່າ ” ເຮົາເຮັດບໍ່ໄດ້ ” ແຕ່ຄົນລວຍຈະຄິດວ່າ ” ເຮົາຈະເຮັດແນວໃດ ! ??” ນີ້ເປັນສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງໃນຄວາມແຕກຕ່າງ ລະຫວ່າງຄົນລວຍແລະຄົນຈົນ # ຕໍ່ໄປນີ້ຄືຄວາມແຕກຕ່າງລະຫວ່າງຄົນລວຍແລະຄົນຈົນ 10 ຢ່າງທີ່ຈະແຈ້ງ # 1.ຄວາມຄິດ ຄົນລວຍຈະຄິດຍາວ ສ່ວນຄົນທົ່ວໄປຄິດສັ້ນ ຄົນລວຍມັກຄິດຍາວຫຼືດຄິດໄກ ອາດໄປເປັນປີຫຼື 10 ປີ ແລ້ວວາງເປົ້າໝາຍແລະແຜນເພື່ອອະນາຄົດ ເພື່ອຈະມີອິດສະຫຼະທາງດ້ານການເງິນ ແຕ່ຄົນທົ່ວໄປຄິດກັນສັ້ນໆ ຄິດພຽງມື້ນີ້ ມື້ອື່ນ ເດືອນນີ້ເດືອນໜ້າ ຄິດພຽງເພື່ອການຢູ່ລອດເປັນຫຼັກ 2. ການປາກເວົ້າ ຄົນລວຍມັກເວົ້າລົມກັນເລື່ອງຄວາມຄິດແລະໄອເດຍ ສິ່ງທີ່ສ້າງສັນ ແຕ່ຄົນທົ່ວໄປມັກເວົ້າເຖ...



ความคิดเห็น
แสดงความคิดเห็น